“ຄວາມເປັນຈິງກ່ຽວກັບ ຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ” ຕອນຈຸດຄົງຄ້າງຊາຍແດນລະຫວ່າງສອງປະເທດ

0
1648

ຕອນບ່າຍມື້ນີ້ືີທີມງານລາວອັບເດດ ໄດ້ນຳພາກທີ 2 ຫົວຂໍ້ທີ1 ເວົ້າເຖິງຄວາມເປັນມາທາງດ້ານປະຫວັດສາດແຫ່ງການພົວພັນລະຫວ່າງລາວ-ກຳປູເຈຍ ຂອງປຶ້ມປົກຂ່າວ  ” ຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ” ຄວາມຍາວ 37   ທີ່ຈັດພິມ ໂດຍສະຖາບັນວິທະຍາສາດສັງຄົມແຫ່ງຊາດ ເຊິ່ງພິມແຈກຢາຍໃນຕົ້ນເດືອນພຶດສະພາ 2018. ມີ3 ພາສາ(ລາວ, ກຳປູເຈຍແລະ ອັງກິດ).

 

ກ່ອນທີ່ຈະອອກປຶ້ມຫົວດັ່ງກ່າວກໍມີການຕີພິມ ບົດດັ່ງກ່າວ ລົງໃນຫນັງສືພິມປະຊາຊົນ ແລະ ປະເທດລາວມາກ່ອນໃນຕົ້ນເດືອນເມສາ ໂດຍສະເພາະພິມເຜີຍແຜ່ໃນຫນັງສືພິມປະຊາຊົນນັບແຕ່ວັນທີ10-13 ເມສາ 2018.ສະເພາະໃນຫົວຂໍ້ທີ່ທ່ານກຳລັງອ່ານຢູ່ນີ້ພວກເຮົາຈະນຳສະເຫນີພາກທີ2  ຫົວຂໍ້ທີ2 ແລະ 3 ເຊິ່ງມີເນື້ອໃນດັ່ງນີ້:

2. ຈຸດຄົງຄ້າງຊາຍແດນລະຫວ່າງສອງປະເທດ.

ຄຽງຄູ່ກັບຄວາມຄືບໜ້າຂອງການສຳຫຼວດແລະປັກຫຼັກໝາຍຊາຍແດນຮ່ວມກັນທີ່ສອງຝ່າຍສາມາດຍາດມາໄດ້ຕະຫຼອດໄລຍະການປະຕິບັດພາລະກິດຮ່ວມນີ້, ສາທາລະລັດປະຊາທິປະໄຕປະຊາຊົນລາວແລະຣາຊະອານາຈັກກຳປູເຈຍຍັງມີຈຸດຄົງຄ້າງຊາຍແດນຈຳນວນໜຶ່ງ.
ໃນເບື້ອງຕົ້ນມີຈຸດຄົງຄ້າງທັງໝົດ 09 ຈຸດ, ຜ່ານການພົບປະເຈລະຈາຮ່ວມກັນສອງຝ່າຍສາມາດເປັນເອກະພາບທາງດ້ານຫຼັກການກ່ຽວກັບການແກ້ໄຂຈຸດຄົງຄ້າງດັ່ງກ່າວຈຳນວນ 07 ຈຸດດັ່ງນີ້:


1) ບໍລິເວນທີ່ຈະປັກຫຼັກໝາຍຊາຍແດນເລກທີ 002-003 (ຍອດເຊລຳເພົາ) ແລະ 005-0232 (ບໍລິເວນເຊລຳເພົາ).
• ບໍລິເວນຫຼັກໝາຍ 002-003 ເສັ້ນຊາຍແດນຈາກຫຼັກໝາຍເລກທີ 002 ຫາຫຼັກໝາຍເລກທີ 003, ຢູ່ເຊລຳເພົາ/ຕົງເລເຣປູ, ແມ່ນເສັ້ນຊື່ລະຫວ່າງເສັ້ນຕັ້ງ 522E ແລະ 523E ໃນແຜນທີ່ UTM, ເລີ່ມຈາກຈຸດ A (ຫຼັກໝາຍເລກທີ002) ຫາຈຸດ B (ຫຼັກໝາຍເລກທີ 003) ບ່ອນທີ່ເສັ້ນຊາຍແດນໄປຕິດຈອດກັບສາຂາຫຼັກຂອງເຊລຳເພົາ/ຕົງເລເຣປູ, ດັ່ງທີ່ໄດ້ລະບຸໃນຮູບເປັນເສັ້ນສີແດງໃນເອກະສານຕິດແນບ II.
• ບໍລິເວນຫຼັກໝາຍ 005-023 (ບໍລິເວນເຊລຳເພົາ) ສອງຝ່າຍໄດ້ເປັນເອກະພາບກັນໃນການກຳນົດເສັ້ນຊາຍແດນ ໂດຍອີງຕາມດຳລັດຂອງຜູ້ສຳເລັດຣາ ຊະການແຫ່ງ ອິນດູຈີນ ສະບັບລົງວັນທີ 23 ມີນາ 1905 ແຜນທີ່ KOMPONS SRALAO Est, ມາດຕາສ່ວນ 1/100.000 ທີ່ສອງຝ່າຍຮັບຮອງເອົາ, ນ້ຳເຊລຳເພົາເປັນຂອງລາວ ພິຈາລະນາໃຫ້ປະຊາ ຊົນກຳປູເຈຍ ໄດ້ນຳໃຊ້ນ້ຳເຊລຳເພົາທີ່ຢູ່ໃນດິນແດນລາວ ແລະ ຝ່າຍລາວກໍໄດ້ພິຈາລະນາດ້ວຍຄວາມ ເປັນມິດທີ່ຄົນກຳປູເຈຍຢູ່ໃນເຂດນັ້ນສາມາດນຳໃຊ້ນ້ຳໄດ້.

2) ຫຼັກໝາຍຊາຍແດນຄູ່ເລກທີ 029 ແລະ 030 ຫຼັກໝາຍຊາຍແດນຄູ່ເລກທີ 029 ແລະ 030 ສອງຝ່າຍໄດ້ເປັນເອກະພາບກັນແລ້ວ ແລະ ໄດ້ ພ້ອມກັນປັກຫຼັກໝາຍໃນພື້ນທີ່ຕົວຈິງສຳເລັດຜົນ. ປະຈຸບັນສອງຝ່າຍຍັງຈະໄດ້ວັດແທກໄລຍະຫ່າງຈາກ ຫຼັກໝາຍຫາເສັ້ນຊາຍແດນແຕ່ລະເບື້ອງຄືນໃໝ່ ເນື່ອງຈາກຄ່າວັດແທກໃນຜ່ານມາບໍ່ຖືກຕ້ອງ.
3) ບໍລິເວນຈະປັກຫຼັກໝາຍຊາຍແດນເລກທີ 031-031/A (ເວີນຄາມ) ເສັ້ນຊາຍແດນລະຫວ່າງຫຼັກໝາຍເລກທີ 031/1 ແລະ ຫຼັກໝາຍເລກທີ 031 ຢູ່ບໍລິເວນເວີນຄາມ-ໂອສະໄວ ເປັນເສັ້ນຊື່ໂດຍເລີ່ມຈາກຫຼັກໝາຍເລກທີ 031/1 ຫາຈຸດ 031/A ແລະ ຈາກຈຸດນີ້ເສັ້ນຊາຍ ແດນໄດ້ສືບຕໍ່ກົງໄປຫາຫຼັກໝາຍເລກທີ 031 ຢູ່ແຄມຝັ່ງນ້ຳຂອງ, ໂດຍຜ່ານຕົ້ນໄມ້ໃຫຍ່ເອີ້ນວ່າ “ກົກເດື່ອ” (ຊື່ໃນພາສາລາວ) ຫຼື ລເວຍ (ຊື່ໃນພາສາກຳປູເຈຍ) ດັ່ງທີ່ໄດ້ລະບຸໃນສາລະບານ II.
4) ບໍລິເວນຫຼັກໝາຍຊາຍແດນເລກທີ 032-032/6 (ທາງລົງເວີນຄາມ)
ສອງຮອງນາຍົກລັດຖະມົນຕີລາວ ແລະ ກຳປູເຈຍ ໄດ້ເຫັນດີເປັນເອກະພາບກັນ ໃນໂອກາດການ ພົບປະຄັ້ງວັນທີ 03 ກຸມພາ 2012, ກຳນົດເສັ້ນຊາຍແດນຢູ່ບໍລິເວນດັ່ງກ່າວໃຫ້ເປັນເສັ້ນຊື່ ເນັ່ງຈາກຫຼັກ ໝາຍຊາຍແດນ ເລກທີ 032 ເຖິງ 031/6.
ບົນພື້ນຖານການເຫັນດີຂ້າງເທິງ, ໜ່ວຍເຕັກນິກຊາຍແດນຮ່ວມຂອງສອງຝ່າຍ ໄດ້ຮ່ວມກັນສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຢູ່ບໍລິເວນນີ້ ໄດ້ສຳເລັດຈຳນວນ 05 ຫຼັກໝາຍ (ຫຼັກໝາຍຊາຍແດນເລກທີ 032/1 ເຖິງ 032/5).


5) ບໍລິເວນຈະປັກຫຼັກໝາຍຊາຍແດນເລກທີ 033-033/3 (ເສັ້ນທາງດົງກະລໍ, ເລກທີ 13/7)
ເສັ້ນຊາຍແດນຢູ່ບໍລິເວນດົງກະລໍ ຕາມເສັ້ນທາງເລກທີ 13 (ລາວ) ແລະ ເລກ 7 (ກຳປູເຈຍ) ໃນ ຊ່ວງໄລຍະຍາວປະມານ 7,85 ກິໂລແມັດ ທັງສອງຝ່າຍໄດ້ຕົກລົງກຳນົດເອົາເສັ້ນຊາຍແດນຫ່າງ ຈາກໃຈກາງເສັ້ນທາງດັ່ງກ່າວ 11,50 ແມັດ ໂດຍເລີ່ມຈາກຈຸດປັກຫຼັກໝາຍຊາຍແດນ ເລກທີ 033 ເຖິງຈຸດ 033/3 ດັ່ງທີ່ໄດ້ລະບຸໄວ້ໃນສາລະບານ I.
6) ບໍລິເວນບ້ານນາຈຳປາ ທັງສອງຝ່າຍໄດ້ຕົກລົງເຫັນດີກັນຮ່ວມກັນແກ້ໄຂບັນຫາກຳມະສິດຕໍ່ບ້ານນາຈຳປາ ຕາມແຜນທີ S.G.I. ມາດຕາສ່ວນ 1/100.000.
7) ບໍລິເວນຫ້ວຍໂຊດ-ຫ້ວຍກະລ່ຽງ ທັງສອງຝ່າຍໄດ້ຕົກລົງເຫັນດີຮ່ວມກັນແກ້ໄຂບັນຫາເສັ້ນຊາຍແດນຢູ່ຫ້ວຍກະລ່ຽງ/ໂອກະລ່ຽງ ໂດຍຮັບຮູ້ວ່າ ຫ້ວຍດັ່ງກ່າວເປັນຂອງກຳປູເຈຍຕາມແຜນທີ່ S.G.I. ມາຕາສ່ວນ 1/100.000.

ໃນສາຍຕາຂອງນັກຄົ້ນຄວ້າປະຫວັດສາດການພົວພັນສອງຝ່າຍ ລາວ-ກຳປູເຈຍ ນັ້ນເປັນທີ່ຮູ້ເຫັນ ໄດ້ວ່າ ທັງສອງຝ່າຍ ລາວ ແລະ ກຳປູເຈຍ ລ້ວນແຕ່ມີຄວາມພະຍາຍາມຢ່າງຕັ້ງໜ້າ ແລະ ສາມາດເປັນເອກະພາບກັນຕົກລົງແກ້ໄຂຢ່າງມີຜົນສຳເລັດຕົວຈິງ ທີ່ມີຄວາມຄືບໜ້າຫຼາຍ ແຕ່ກໍຍັງມີຈຸດຄົງ ຄ້າງທີ່ສອງຝ່າຍຍັງຈະໄດ້ສືບຕໍ່ແກ້ໄຂຮ່ວມກັນ ເຊັ່ນ: ບໍລິເວນແມ່ນ້ຳເຊກອງ ແລະ ບໍລິເວນແກ້ງຕໍມໍ ຄອຍ-ຫ້ວຍຕະເງົາ.
ສອງບໍລິເວນນີ້ກວມອັດຕາສ່ວນ 13% ຂອງເສັ້ນຊາຍແດນຮ່ວມກັນຂອງສອງປະເທດ ເຊິ່ງເລີ່ມ ຈາກຫຼັກໝາຍຊາຍແດນເລກທີ 078 ລຽບເຊກອງຂື້ນໄປຫາບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ (ເຖິງຫຼັກ ໝາຍຊາຍແດນເລກທີ 099) ທີ່ເປັນພື້ນທີ່ໆມີສະພາບໃນປະຈຸບັນ.


ຄະນະນັກຄົ້ນຄວ້າປະຫວັດສາດ ໄດ້ຈັດຕັ້ງກັນໄປເບິ່ງພື້ນທີ່ຕົວຈິງ ແລະ ພົບປະຊອກຮູ້ກັບປະຊາ ຊົນໃນພື້ນທີ່ດັ່ງກ່າວ ແລະ ໄດ້ຮັບຊາບວ່າ:
ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ເປັນບໍລິເວນທີ່ສອງຝ່າຍຍັງມີທັດສະນະທີ່ແຕກຕ່າງກັນ ກ່ຽວກັບການຂີດທິດເນັ່ງເສັ້ນຊາຍແດນ ເນື່ອງຈາກແຕ່ລະຝ່າຍຕ່າງກໍອີງໃສ່ເອກະສານ ແລະ ແຜນທີ່ທີ່ມີ ຂໍ້ມູນແຕກຕ່າງກັນ. ເຖິງແນວໃດກໍຕາມ, ອີງໃສ່ຄວາມເປັນຈິງໃນສະໄໝຝຣັ່ງເສດປົກຄອງ ຝັ່ງເບື້ອງຊ້າຍຂອງນ້ຳເຊກອງເບື້ອງຫ້ວຍເກືອ,ຫ້ວຍດາກລາວ ປະຊາຊົນທ້ອງຖິ່ນດັ່ງກ່າວ ໄດ້ເວົ້າໃຫ້ຟັງວ່າ ແມ່ນເຂດ ທໍາມາຫາກິນຂອງປະຊາຊົນລາວບ້ານຫາດໃຫຍ່ (ບ້ານຫາດອຸດົມໄຊ), ບ້ານແສນແກ້ວ ໂດຍໄດ້ພາກັນໄປເຮັດໄຮ່, ເຮັດນາຮົ້ວສວນ, ຕຶກແຫ, ໄຫຼມອງ ແລະ ລ່າເນື້ອ ເຊິ່ງປັດຈຸບັນຍັງມີຮ່ອງຮອຍນາເຮື້ອ, ໄຮ່ ເຮື້ອ ຂອງປະຊາຊົນໃນສະໄໝນັ້ນຢູ່.

ເຂດແດນລະຫວ່າງ ລາວ ແລະ ກຳປູເຈຍ ໃນເວລານັ້ນແມ່ນຖືເອົາຫ້ວຍດາກລາວ (ຄຳວ່າ “ດາກ ລາວ” ແມ່ນຄຳສັບພາສາລະແວ ມີຄວາມໝາຍວ່າ “ນ້ຳລາວ”), ຫ້ວຍດາກລາວ ຈຶ່ງມີຄວາມໝາຍວ່າ “ຫ້ວຍນ້ຳລາວ”.
ໃນລະບອບຣາຊະອານາຈັກລາວ, ກຳລັງທະຫານຝ່າຍຂວາໄດ້ມາເຄື່ອນໄຫວກວດກາລາດຕະເວນ ຢູ່ບໍລິເວນຫ້ວຍເກືອ ແລະ ຫ້ວຍດາກລາວ ເພື່ອປົກປັກຮັກສາເຂດແດນ ຕາມຄຳສັ່ງຂອງຜູ້ບັນຊາການ ແຜ່ນດິນ. ເຈົ້າໜ້າທີ່ ແລະ ອຳນາດການປົກຄອງທ້ອງຖິ່ນຂອງສອງປະເທດ ລາວ-ກຳປູເຈຍ ກໍໄດ້ຮັບຮູ້ ແລະ ຢຶດຖືວ່າເປັນບ່ອນແບ່ງເຂດຄຸ້ມຄອງລະຫວ່າງສອງປະເທດ.

ນອກຈາກນີ້, ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ຍັງປາກົດມີຮ່ອງຮອຍຍົນຂອງກອງທັບອາເມຣິກາໄດ້ມາຖິ້ມລະເບີດຢູ່ບໍລິເວນດັ່ງກ່າວ ຍ້ອນ ອາເມຣິກາຖືວ່າ ເປັນດິນແດນຂອງລາວ (ກອງທັບອາເມລິກາ ຈະບໍ່ຖິ້ມລະເບີດໃສ່ຖ້າຖືວ່າເປັນດິນແດນກຳປູເຈຍ ເພາະວ່າອາເມລິກາ ເປັນຜູ້ສະໜັບສະໜູນລັດຖະບານຂອງນາຍພົນ ລົນໂນນ).

ສຳລັບບໍລິເວນຍົນຕົກ, ໃນປະຈຸບັນປະຊາຊົນລາວເອງໄດ້ເອີ້ນບໍລິເວນດັ່ງກ່າວວ່າ ພູຍົນຕົກ. ອີກປະການໜຶ່ງ, ໃນເວລາທີ່ ພວກຂະເໜນແດງກຳອຳນາດ ແລະ ດຳເນີນການດັບສູນເຊື້ອຊາດຢູ່ກຳປູເຈຍ, ປະຊາຊົນກຳປູເຈຍ ໄດ້ມາລີ້ໄພຢູ່ລາວ ຢູ່ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ, ພວກຂະແໝນແດງກໍບໍ່ໄດ້ນຳມາປາບປາມ ເພາະຮັບຮູ້ວ່າ ບໍລິເວນດັ່ງກ່າວເປັນດິນແດນຂອງລາວ.


ສິ່ງໜຶ່ງອີກທີ່ຢັ້ງຢືນເຖິງການຄຸ້ມຄອງຂອງປະຊາຊົນລາວ, ອີງຕາມການສຳພາດຜູ້ເຖົ້າຜູ້ແກ່ໃນທ້ອງ ຖິ່ນນີ້ໃຫ້ຮູ້ວ່າ ບ້ານຕະເງົາ ຕັ້ງຢູ່ທ້ອງຖິ່ນນີ້ມີສອງບ້ານຄື: ບ້ານຕະເງົາລຸ່ມ ແລະ ບ້ານຕະເງົາເທິງ. ບ້ານ ຕະເງົາລຸ່ມ ຕັ້ງຢູ່ຟາກເຊກອງເບື້ອງຂວາ (ຕາມການໄຫຼຂອງນ້ຳ), ເຊິ່ງມີປະຊາຊົນເຜົ່າລາວລຸ່ມ ອາໄສຢູ່ ເປັນສ່ວນຫຼາຍ ເຊິ່ງມາຕັ້ງຖິ່ນຖານແຕ່ສະໄໝຝຣັ່ງເສດປົກຄອງ.

ສ່ວນບ້ານຕະເງົາເທິງແມ່ນຕັ້ງຢູ່ຟາກເຊ ກອງເບື້ອງຊ້າຍ ເປັນບ້ານນ້ອຍ, ມີປະຊາຊົນອາໄສຢູ່ໜ້ອຍ ປະມານ 10 ຄອບຄົວ ເປັນເຜົ່າລະແວ ແລະ ເຜົ່າສຸ ທັງໝົດ  ເປັນບ້ານເຄື່ອນທີ່.ນັບແຕ່ປີ 1968 ຈົນຮອດປະຈຸບັນ, ປະຊາຊົນບ້ານດັ່ງ ກ່າວໄດ້ຍ້າຍມາຕັ້ງບ້ານເຮືອນຢູ່ບ້ານຫາດຊາຍສູງ, ສາເຫດຂອງການຍົກຍ້າຍ ກໍຍ້ອນວ່າ ໄດ້ເກີດພະ ຍາດຖອກທ້ອງລະບາດຮ້າຍແຮງ.ປະຈຸບັນ ຍັງປາກົດເຫັນຮ່ອງຮອຍການຕັ້ງຖິ່ນຖານ ແລະ ການດໍາລົງຊີວິດຂອງປະຊາຊົນລາວ ຄື: ຕົ້ນໝາກມ່ວງ, ໝາກມີ້, ໄຮ່ສວນເກົ່າ, ນາເຮື້ອ, ເຟື້ອງໄຫ ແຕກ ແລະ ທາງລົງທ່ານ້ຳ.

ເວົ້າລວມແລ້ວ, ທັງສອງບ້ານຕະເງົາທີ່ກ່າວມານີ້ ແມ່ນຂຶ້ນກັບເມືອງສະໜາມໄຊ ແຂວງອັດຕະປື ຕັ້ງແຕ່ສະໄໝຝຣັ່ງເສດປົກຄອງ, ສະໄໝຣາຊະອານາຈັກລາວ ແລະ ຢູ່ພາຍໃຕ້ລະ ບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມາຮອດປະຈຸບັນ. ແຕ່ໃນປະຈຸບັນນີ້ ກຳລັງທະຫານຂອງກຳປູເຈຍໄດ້ໄປດຸດຖິ້ມ ທັງປ່ຽນແປງທຳມະຊາດ ແລະ ສິ່ງແວດລ້ອມຢູ່ບໍລິເວນດັ່ງກ່າວ.


ຍັງມີອະດີດນາຍທະຫານ ແລະ ທະຫານ ທີ່ເຄື່ອນໄຫວຢູ່ເຂດດັ່ງກ່າວ ໄດ້ເວົ້າວ່າ ພາຍຫຼັງການ ສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແຕ່ປີ 1975 ເປັນຕົ້ນມາ, ບໍລິເວນ ແກ້ງຕໍມໍຄອຍ-ຫ້ວຍຕະເງົາ ຢູ່ພາຍໃຕ້ການກວດກາລາດຕະເວນຢ່າງເປັນປົກກະຕິຂອງກອງພັນ 21 ທະຫານແຂວງອັດຕະປື ໂດຍມີການຕັ້ງຄ້າຍຢູ່ຈຸດຕ່າງໆດັ່ງນີ້:
– ປີ 1992 ຕັ້ງຄ້າຍຢູ່ຟາກເບື້ອງຊ້າຍຂອງເຊກອງ, ຢູ່ຫ້ວຍດາກລາວ;- ປີ 1993-1994 ຍ້າຍຈາກຫ້ວຍດາກລາວ ມາຢູ່ບໍລິເວນປາກຫ້ວຍຕະເງົາ;- ປີ 1996-1997 ຍ້າຍຈາກບໍລິເວນປາກຫ້ວຍຕະເງົາມາຕັ້ງຄ້າຍຢູ່ບໍລິເວນຫ້ວຍອາໄລ.
ການເຄື່ອນໄຫວຄືດັ່ງກ່າວຂອງທະຫານແຂວງອັດຕະປືຂອງຝ່າຍລາວນັ້ນ ຝ່າຍກຳປູເຈຍ ກໍຮັບຮູ້ ແລະ ບໍ່ເຄີຍຂັດຄ້ານ ຫຼື ປະທະກັນແຕ່ຢ່າງໃດ.

ອີງຕາມບົດບັນທຶກການພົບປະເຈລະຈາ ລະຫວ່າງ ເມືອງສະໜາມໄຊ ແຂວງອັດຕະປື ແລະ ເມືອງ ແສນປາງ ແຂວງຊຽງແຕງ, ສະບັບລົງວັນທີ 27 ພຶດສະພາ 1990, ອຳນາດການປົກຄອງເມືອງແສນປາງ ສະເໜີຮັບຜິດຊອບເຂດຫ້ວຍເກືອ, ສ່ວນເບື້ອງຕາເວັນອອກ ເຫັນດີໃຫ້ຝ່າຍລາວເປັນຜູ້ກວດກາ. ສອງອຳນາດການປົກຄອງ ຕົກລົງສືບຕໍ່ປະຕິບັດບົດບັນທຶກຂອງຄະນະຜູ້ແທນທັງສອງເມືອງທີ່ໄດ້ພົບປະກັນແລ້ວນັ້ນ ເພື່ອປົກປັກຮັກສາຄວາມສະຫງົບສຸກຕາມເຂດຊ່ອງລະຫວ່າງ ເມືອງສະໜາມໄຊ ແລະ ເມືອງແສນປາງ. ໃນການພົບປະກັນສອງຄັ້ງໃນປີ 1995, ສອງເມືອງຍັງສືບຕໍ່ຮັກສາການແບ່ງເຂດຄຸ້ມ ຄອງດັ່ງກ່າວ.

3. ການຕົກລົງຂອງສອງຝ່າຍກ່ຽວກັບບໍລິເວນຈຸດຄົງຄ້າງແກ້ງຕໍມໍຄອຍ-ຫ້ວຍຕະເງົາ.

ເຈົ້າໜ້າທີ່ທ້ອງຖິ່ນຍັງໃຫ້ຮູ້ອີກວ່າ ທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນວ່າ ບໍລິເວນນີ້ເປັນຈຸດ ຄົງຄ້າງມິດຕະພາບ ແລະ ຫ້າມບໍ່ໃຫ້ມີການດຳເນີນກິດຈະການໃດໆ, ໃຫ້ຮັກສາສະພາບເດີມຢູ່ບໍລິເວນນີ້ ຈົນກວ່າຈະສຳເລັດການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນ.
ບໍລິເວນທີ່ສອງຝ່າຍຍັງບໍ່ໄດ້ສຳຫຼວດຮ່ວມກັນເຊັ່ນ: ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ, ຄະນະກຳ ມະການຊາຍແດນຂອງທັງສອງຝ່າຍ ໄດ້ເຫັນດີເປັນເອກະພາບກັນຮັກສາສະພາບແວດລ້ອມຂອງບໍລິເວນນີ້ ໃຫ້ຢູ່ໃນສະພາບເດີມ ໂດຍຫ້າມອຳນາດການປົກຄອງຂອງແຕ່ລະປະເທດ ແລະ ເຈົ້າໜ້າທີ່ຂອງຕົນກະທຳ ກິດຈະການໃດໆທີ່ຈະເຮັດໃຫ້ມີການປ່ຽນແປງສະພາບແວດລ້ອມຢູ່ບໍລິເວນຊາຍແດນ.

ອີງຕາມການຕົກ ລົງດັ່ງກ່າວ ທັງເບື້ອງລັດຖະບານ ກໍໄດ້ເຜີຍແຜ່ໃຫ້ປະຊາຊົນທ້ອງຖິ່ນຮັບຊາບ ເຊິ່ງປະຊາຊົນກໍໄດ້ປະຕິ ບັດຕາມ ຍ້ອນແມ່ນການຕົກລົງຂອງສອງຄະນະ. ຕໍ່ບັນຫາດັ່ງກ່າວ ສອງຝ່າຍໄດ້ຢືນຢັນຄືນຄວາມປະສົງ ດັ່ງກ່າວ ໃນໂອກາດການພົບປະຄັ້ງຕໍ່ມາ, ໂດຍສະເພາະ ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ, ທັງສອງ ຝ່າຍເຫັນດີເປັນເອກະພາບກັນກຳນົດຂໍ້ຫ້າມຢ່າງຈະແຈ້ງວ່າ: “ສອງຝ່າຍເຫັນດີຮັກສາສະພາບປັດຈຸບັນ ໂດຍປາສະຈາກສິ່ງປຸກສ້າງຕ່າງໆທີ່ພາໃຫ້ມີການປ່ຽນແປງຢູ່ບໍລິເວນຊາຍແດນ. ຄຽງຄູ່ກັນນັ້ນ, ສອງຝ່າຍ ຊຸກຍູ້ໃຫ້ແຂວງອັດຕະປື ແລະ ແຂວງຊຽງແຕງ ສືບຕໍ່ຮ່ວມມືກວດກາຮ່ວມກັນຈົນກວ່າທັງສອງຝ່າຍຈະສຳ ເລັດການກຳນົດເສັ້ນຊາຍແດນຢູ່ບໍລິເວນດັ່ງກ່າວ”.

ຕໍ່ການຕົກລົງກັນຂອງທັງສອງຝ່າຍໃນໄລຍະຜ່ານມາ ໂດຍສະເພາະໃນພາກປະຕິບັດຕົວຈິງ ເຈົ້າໜ້າທີ່ຂອງຝ່າຍກຳປູເຈຍ ກໍໄດ້ຮັບຮູ້ ໂດຍຖືວ່າ ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ເປັນບໍລິເວນຄົງ ຄ້າງ, ເປັນພື້ນທີ່ໆທັງສອງຝ່າຍຍັງບໍ່ທັນໄດ້ຂີດທິດເນັ່ງເສັ້ນຊາຍແດນ ແລະ ທຸກການເຄື່ອນໄຫວຢູ່ບໍລິ ເວນນີ້, ສອງຝ່າຍກໍໄດ້ມີການປຶກສາຫາລືກັນ. ຕົວຢ່າງທີ່ຊີ້ໃຫ້ເຫັນພຶດຕິກຳດັ່ງກ່າວ ແມ່ນກໍລະນີທີ່ກຳປູ ເຈຍ ໄດ້ແຈ້ງໃຫ້ທາງການລາວຊາບຄວາມປະສົງຂອງກອງທັບອາເມຣິກາ ທີ່ຢາກເຂົ້າໄປຂຸດຄົ້ນເອົາກະ ດູກທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມອິນດູຈີນຫຼັງຈາກທີ່ຮູ້ວ່າ ຍົນຕົກຢູ່ບໍລິເວນນີ້.

ເມື່ອສັງເກດເບິ່ງສະພາບການພົວພັນຮ່ວມມືຂອງສອງຝ່າຍ ໃນການປະຕິບັດຂໍ້ຕົກລົງນັ້ນ, ຄະນະ ນັກຄົ້ນຄວ້າວິທະຍາສາດຂອງພວກເຮົາ ກໍໄດ້ເຫັນວ່າຝ່າຍລາວ ຍາມໃດກໍໄດ້ເຄົາລົບ, ຢຶດໝັ້ນ ແລະ ໄດ້ ຈັດຕັ້ງປະຕິບັດຢ່າງເຄັ່ງຄັດຕໍ່ການຕົກລົງດັ່ງກ່າວສະເໜີມາ. ດັ່ງໃນກໍລະນີທີ່ຝ່າຍກຳປູເຈຍ ໄດ້ທັກທ້ວງ ຝ່າຍລາວ ແລະ ສະເໜີໃຫ້ຍົກຍ້າຍ, ຢຸດເຊົາການລ້ຽງສັດ ແລະ ຮື້ຖອນເຮືອນຂອງປະຊາຊົນລາວຢູ່ບໍລິ ເວນຫ້ວຍຕະເງົາ, ຕາມຈົດໝາຍຂອງ ສົມເດັດ ຮຸນເຊນ ສະບັບລົງວັນທີ 24 ມັງກອນ 2013 ສົ່ງເຖິງ ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໃນເວລານັ້ນ, ຝ່າຍລາວໄດ້ສະແດງຄວາມຈິງໃຈ ແລະ ເຈດຕະນາອັນດີ ໂດຍໄດ້ມ້າງຄອກສັດຢູ່ບໍ ລິເວນດັ່ງກ່າວ, ພ້ອມທັງແຈ້ງໃຫ້ຝ່າຍກຳປູເຈຍຊາບ ອີງຕາມຈົດໝາຍຂອງພະນະທ່ານ ທອງລຸນ ສີສຸລິດ ເຊິ່ງໃນເມື່ອກ່ອນເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວເຖິງ ພະນະທ່ານ ຮໍ ນາມຮົງ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກກຳປູເຈຍ, ສະບັບລົງວັນທີ 20 ກໍລະກົດ 2013 ໄດ້ລະບຸວ່າ “ການແກ້ໄຂຂອງຝ່າຍລາວນີ້ ຈະບໍ່ເປັນການກະທົບຕໍ່ທັດສະນະຂອງແຕ່ລະ ຝ່າຍ ທາງດ້ານກົດໝາຍ ແລະ ປະຫວັດສາດ ເພື່ອນຳໄປອ້າຍອີງໃນການແກ້ໄຂຈຸດຄົງຄ້າງບໍລິເວນແກ້ງ ຕໍມໍຄອຍ-ຫ້ວຍຕະເງົາຮ່ວມກັນຕໍ່ໄປນັ້ນແຕ່ຢ່າງໃດ”.


ສິ່ງທີ່ໜ້າເປັນຫ່ວງໃນສາຍພົວພັນລະຫວ່າງສອງປະເທດ ນັ້ນຄື ຝ່າຍກຳປູເຈຍ ໄດ້ເຮັດແບບກົງກັນ ຂ້າມເຖິງວ່າໄດ້ຕົກລົງກັບຝ່າຍລາວ ແລ້ວວ່າ ບໍລິເວນແກ້ງ ຕໍມໍຄອຍ-ຫ້ວຍຕະເງົາ ເປັນບໍລິເວນຄົງຄ້າງ ແລະ ຫ້າມບໍ່ໃຫ້ດຳເນີນກິດຈະການຢູ່ບໍລິເວນນີ້, ແຕ່ພາຍລຸນມາຝ່າຍກຳປູເຈຍ ບໍ່ໄດ້ເຄົາລົບ ບໍ່ປະຕິບັດ ແລະ ຍັງຝ່າຝືນຄຳຕົກລົງ ເຊິ່ງເປັນສາເຫດເກີດມີສະພາບການເຄັ່ງຕຶງຕາມບໍລິເວນຊາຍແດນ.

(ກະລຸນາຕິດຕາມອ່ານຕອນທີ4 “ເຫດການທີ່ເກີດຂື້ນຕາມບໍລິເວນຊາຍແດນ, ຄວາມພະຍາຍາມໃນການແກ້ໄຂຜ່ານທາງການທູດ ແລະ ກົນໄກປະສານງານຂອງສອງຝ່າຍ”. ໃນຕອນເຊົ້າວັນທີ30ພຶດສະພາ2018)

ຄັດຈາກປຶ້ມ: ຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ, ສະຖາບັນວິທະຍາສາດສັງຄົມແຫ່ງຊາດປີ2018

LEAVE A REPLY

Please enter your comment!
Please enter your name here